ປີນີ້ ສປປລາວ ຈະຮ່ວມກັບຊາວໂລກ ມອດໄຟ ເປັນເວລາ 1 ຊົວໂມງ

ປີນີ້ ເປັນປີທຳອິດ ທີ່ສປປລາວ ຈະເຂົ້າຣ່ວມກິດຈະກຳ ການມອດໄຟຟ້າ ເປັນເວລາ 1 ຊົ່ວໂມງ ພ້ອມກັບປະເທດຕ່າງໆໃນໂລກ ອີກ90 ກວ່າປະເທດ ເພື່ອຣ່ວມກັນລົນນະລົງຫລຸດຜ່ອນພາວະໂລກຣ້ອນ ເຊິ່ງປີນີ້ ໄດ້ກຳນົດເອົາວັນທີ 27 ມີນາ 2010 ເປັນການປະຕິບັດນັບແຕ່ເວລາ 19:00-20:00 ໂມງ

ຍ້ອນປີ 2005-2006 ໄດ້ເກີດໄພທຳມະຊາດຮ້າຍແຮງຕໍ່ຊີວິດມະນຸດ ລວມທັງພືດ ແລະ ສັດ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ເຮັດໃຫ້ ໂລກຮ້ອນຂຶ້ນ ຕໍ່ເຫດການດັ່ງກ່າວ ຈຶ່ງມີການປຸກລະດົມການມອດໄຟຟ້າ 1 ຊົ່ວໂມງ.

ບັນຫາດັ່ງກ່າວໄດ້ມີຫຼາຍພາກສ່ວນນຳເອົາໄປປຶກສາຫາລືໃຫ້ຄວາມສຳຄັນໃນລະດັບສາກົນ ປະເທດທີ່ລິເລີ່ມທຳອິດໃນປີ 2007 ທີມອດໄຟ 1 ຊົ່ວໂມງ ແມ່ນປະເທດອົດສະຕຣາລີ ດ້ວຍການຮ່ວມມືທັງພາກລັດ-ເອກະຊົນ ເຊິ່ງຈັດຂຶ້ນໃນວັນທີ 31 ມີນາ 2007 ເວລາ 19:30-20:30 ໂມງ ຊາວເມືອງ ຊິດນີ ຈຳນວນ 2,2 ລ້ານຄົນ ຮ່ວມໃຈກັນມອດໄຟຟ້າ 1 ຊົ່ວໂມງ.

ຈາກນັ້ນກໍໄດ້ມີການໂຄສະນາຜ່ານສື່ຕ່າງໆຂະຫຍາຍວົງກວ້າງອອກໄປ ມີຫຼາຍປະເທດໃຫ້ຄວາມສົນໃຈເຂົ້າຮ່ວມກິດຈະກຳດັ່ງກ່າວຫຼາຍຂຶ້ນ ເຊິ່ງໃນປີ 2009 ຜ່ານມາ ມີຜູ້ເຂົ້າຮ່ວມກິດຈະກຳດັ່ງກ່າວຫຼາຍກ່ວາ 1 ຕື້ຄົນ ຫຼາຍກ່ວາ 4.000 ຕົວເມືອງ ໃນຈຳນວນ 88 ປະເທດໃນທົ່ວໂລກ.

ສຳລັບ 2010 ນີ້ ມີບັນດາປະເທດທີ່ລົງທະບຽນເຂົ້າຮ່ວມກິດຈະກຳຈຳນວນ 92 ປະເທດ ເຊິ່ງໃນນັ້ນກໍມີ ສປປ ລາວ ເຂົ້າຮ່ວມເປັນປີທຳອິດ ເຊິ່ງປີນີ້ ໄດ້ກຳນົດເອົາວັນທີ 27 ມີນາ 2010 ເປັນການປະຕິບັດນັບແຕ່ເວລາ 19:00-20:00 ໂມງ ສ່ວນການກຳນົດສະຖານທີ ແລະ ບ່ອນຈັດກິດຈະກຳດັ່ງ ກ່າວ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ດັ່ງນັ້ນ ເພື່ອກຽມຄວາມພ້ອມ ແລະ ເຮັດໃຫ້ກິດຈະກຳດັ່ງກ່າວໄດ້ມີການໂຄສະນາເຜີຍແຜ່ໃຫ້ມວນຊົນໄດ້ຮັບຊາບ ເຂົ້າໃຈກັນຢ່າງທົ່ວເຖິງ ໃນວັນທີ 12 ມີນາ 2010 ທີ່ກົມສິ່ງແວດລ້ອມ ສຳນັກງານນາຍົກລັດຖະມົນຕີ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືຂຶ້ນ ໂດຍການເປັນປະທານຂອງທ່ານ ດຣ.ນາງ ວຽງ ສະຫວັນ ດວງສະວັນ ຫົວໜ້າກົມສິ່ງແວດລ້ອມ ພ້ອມນີ້ກໍມີທ່ານຜູ້ຕາງໜ້າຈາກສຳນັກງານອົງການທີ່ກ່ຽວຂ້ອງ ແລະ ສື່ມ່ວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

One Response to “ປີນີ້ ສປປລາວ ຈະຮ່ວມກັບຊາວໂລກ ມອດໄຟ ເປັນເວລາ 1 ຊົວໂມງ”

  1. Shinnobi LAO PEOPLE Windows XP Mozilla Firefox 3.6.2 Says:

    ແບບຊີ້ຕ້ອງກຽມຕົວຊ່ວຍຊາດປະຢັດໄຟກ່ອນ ^^

Leave a Reply

Related Posts

ຫລວງພະບາງ ເມືອງຍອດນິຍົມ ດ້ານການທ່ອງທ່ຽວຂອງໂລກ

FireStats icon Powered by FireStats