ການປະກາດໃຊ້ ພາສີມູນຄ່າເພີ້ມ ພາໃຫ້ຄ່າໄຟຟ້າແພງຂຶ້ນ 5%

ອາກອນມູນຄ່າເພີ່ມອອກຜົນ ຫລັງປະກາດຢ່າງເປັນທາງການເມື່ອຕົ້ນປີ, ລັດວິສາຫະກິດໄຟຟ້າລາວ ປະຕິບັດຕາມຄຳສັ່ງ ກຽມປ່ຽນອາກອນຕົວເລກທຸລະກິດຄ່າກະແສໄຟຟ້າຈາກ 5% ມາເປັນອາກອນມູນຄ່າເພີ່ມ 10% ເລີ່ມເດືອນນີ້ເປັນຕົ້ນໄປໃນຂອບເຂດທົ່ວປະເທດ ເຊິ່ງຈະເຮັດໃຫ້ຄ່າກະແສໄຟຟ້າເພີ່ມຂື້ນອິກ 5%
ລັດວິສາຫະກິດໄຟຟ້າລາວອອກແຈ້ງການເລກທີ 022⁄ ຟຟລ ລົງວັນທີ 5 ມັງກອນ 2010 ເລຶ່ອງການປ່ຽນແປງອາກອນຕົວເລກທຸລະກິດຄ່າກະແສໄຟຟ້າຈາກ 5% ມາເປັນອາກອນມູນຄ່າເພີ່ມ10% ວ່າ: ອີງຕາມໃບແຈ້ງການ ຂອງກົມສ່ວຍສາອາກອນກ່ຽວກັບ ການນຳໃຊ້ອາກອນມູນຄ່າເພີ່ມ ເລີ່ມແຕ່ວັນທີ 1 ມັງກອນ 2010 ເປັນຕົ້ນໄປ ສະບັບເລກທີ 284⁄ກງກສອ ລົງວັນທີ 6 ພະຈິກ2009; ລັດວິສາຫະກິດໄຟຟ້າລາວແຈ້ງໃຫ້ຊາບກ່ຽວກັບການ
ນຳໃຊ້ອາກອນມູນຄ່າເພີ່ມ10% ເຊິ່ງຈະຄິດໄລ່ຢູ່ໃນບີນຄ່າກະແສໄຟຟ້າ ໃນແຕ່ລະເດືອນເຊີ່ງຈະເລີ່ມແຕ່ເດືອນມັງກອນ 2010 ເປັນຕົ້ນໄປ (ແຕ່ກອນແມ່ນຄິດໄລ່ ອຕທ 5% ປ່ຽນມາເປັນອາກອນມູນຄ່າເພີ່ມ 10%)
ຈາກການປ່ຽນແປງການເກັບອາກອນຕົວເລກທຸລະກິດ ຫລື ອຕທ 5% ທີ່ລັດວິສາຫະກິດໄຟຟ້າລາວ ເຄີຍເກັບນຳຜູ້ຊົມໃຊ້ກະແສໄຟຟ້າໃນເມື່ອກອ່ນມາເປັນການເກັບອາກອນມູນຄ່າເພີ່ມໃນອັດຕາ 10% ນັ້ນ ຈະເຮັດໃຫ້ຄ່າກະແສໄຟຟ້າ ທີຜູ້ຊົມໃຊ້ຕ້ອງຈ່າຍ ເພີ່ມຂື້ນອີກ 5% ຂອງຈຳນວນທີເຄີຍຈ່າຍໃນໄລຍະຜ່ານມາ ເຊິ່ງອັດຕາດັ່ງກ່າວຈະເລີ່ມປະຕິບັດ ນັບແຕ່ເດືອນມັງກອນນີ້ເປັນຕົ້ນໄປໃນຂອບເຂດທົ່ວປະເທດ
ລັດຖະບານໄດ້ປະກາດເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການອາກອນມູນຄ່າເພີ່ມດັ່ງກ່າວ
ມາແຕ່ ວັນທີ 1 ມັງກອນເປັນຕົ້ນມາ ຫລັງເລື່ອນການຈັດຕັ້ງປະຕິບັດມາແລ້ວຄັ້ງໜື່ງ ເມື່ຶອປີ 2009 ຫລັງຈາກສາເຫດຄວາມຫ້ຍຸງຍາກທາງດ້ານເສດຖະກິດ ໃນປີດັ່ງກ່າວ ບວກກັບຄວາມພ້ອມທາງດ້ານເຕັກນິກ ຍັງບໍ່ທັນໄດ້100% ຈິ່ງໄດ້ມີການເລື່ອນການຈັດຕັ້ງປະຕິບັດ ອາກອນຮູບແບບໃໝ່ດັ່ງກ່າວ ລັດຖະບານ, ໂດຍສະເພາະກະຊວງການເງີນ ໄດ້ເດີນຫນ້າຢ່າງເຕັມໂຕໃນການເຜີຍແຜ່ອາກອນດັ່ງກ່າວ ປະຈຸບັນຈົນສາມາດຈັດຕັ້ງປະຕິບັດໄດ້.
ລັດຖະບານຫວັງວ່າ ການເລີ່ມເກັບອາກອນຮູບແບບໃໝ່ (ອາກອນມູນຄ່າເພີ່ມ)ນີ້ ຈະເປັນແຫລ່ງລາຍຮັບອັນສຳຄັນໃຫ້ແກ່ພັກລັດໂດຍຄາດການວ່າ:ຈະເຮັດໃຫ້ລາຍຮັບຂອງພັກລັດເພີ່ມຂື້ນເຖິງ 1,4%ຂອງຈິດີພີ.

ອາກອນມູນຄ່າເພີ່ມນີ້ເປັນອາກອນຮູບແບບໃໝ່ສຳລັບ ສປປ ລາວ ແຕ່ສຳລັບປະເທດອື່ນ ແມ່ນໄດ້ມີການນຳໃຊ້ມາດົນແລ້ວ ປະຈຸບັນມີປະມານ 130 ປະເທດ ທີສາມາດນຳໃຊ້ ລະບົບອາກອນດັ່ງກ່າວເປັນລະບົບ ທີ່ທັນສະໄໝ ເຫມາະສົມ ກັບການຂະຫຍາຍຕົວທາງດ້ານເສດຖະກິດໃນປະຈຸບັນ ໂດຍສະເພາະແມ່ນ ສປປ ລາວທີເປັນຫນື່ງໃນສາມາຊີກອາຊຽນ ແລະ ຍັງກຽມທີຈະເຂົ້າເປັນສະມາຊິກຂອງອົງການການຄ້າໂລກ
ອາກອນມູນຄ່າເພີ່ມ ຫລື ອມພ ເປັນອາກອນທາງອ້ອມປະເພດຫນື່ງ ທີເກັບຈາກການຊົມໃຊ້ສີນຄ້າເຄືອງຂອງ ຫລື ການບໍລິການທີສະຫນອງໂດຍຜູ້ມອບ ອມພ ທີຂື້ນທະບຽນໃນລະບົບ ອມພ ແລະເກັບຈາກການນຳເຂົ້າສີນຄ້າ ແລະ ການບໍລິການບາງຢ່າງຈາກຜູ້ສະຫນອງທີບໍ່ສ້າງຕັ້ງ ແລະບໍ່ຂື້ນທະບຽນ ອມພ ຢູ່ ສປປ ລາວ
ອມຕ ຈະມາປ່ຽນແທນອາກອນຕົວເລກທຸລະກິດ ຫລື ອຕທ ທີ່ເຄີຍເກັບໃນເມືອກ່ອນ ໃນອັດຕາ 5% ເປົ້າຫມາຍຂອງຜູ້ຕ້ອງເຂົ້າໃນລະບົບ ອມພ ແມ່ນຫົວຫນ່ວຍທຸລະກິດທີມີລາຍຮັບແຕ່ 400ລ້ານກິບຂື້ນໄປ ຫລື ຜູ້ດຳເນີນທຸລະກິດອືນໆ ກໍ່ສາມາດສະຫມັກໃຈຂື້ນທະບຽນ ອມພ ກໍ່ໄດ້ ເຊິ່ງລັດວິສາຫະກິດໄຟຟ້າລາວ ແມ່ນຕົກໃນກໍລະນີຂອງຫົວຫນ່ວຍທຸລະກິດ ທີໃຫ່ຍ ມີລາຍຮັບສູງກ່ວາ 400 ລ້ານກີບ ຈິ່ງຕົກເຂົ້າໃນເປົ້າຫມາຍຂອງຜູ້ເຂົ້າລະບົບ ອມພ ສົ່ງຜົນໃຫ້ລັດວິສາຫະກິດໄຟຟ້າລາວ ຕ້ອງປະຕິບັດຕາມກົດຫມາຍ ວ່າດ້ວຍອາກອນມູນຄ່າເພີ່ມຢ່າງເຂັ້ມງວດ

2 Responses to “ການປະກາດໃຊ້ ພາສີມູນຄ່າເພີ້ມ ພາໃຫ້ຄ່າໄຟຟ້າແພງຂຶ້ນ 5%”

  1. ບ່າວໂສດ UNITED STATES Windows NT Mozilla Firefox 3.6 Says:

    ເພິ່ນຂຶ້ນນໍາໝົດທຸກຄົນບໍຫລືຂຶ້ນແຕ່ນໍາຜູ່ທີ່ມີທຸລະກິດ ຮ້ານຄາ ໂຮງງານ?

  2. Shinnobi LAO PEOPLE Windows XP Mozilla Firefox 3.6 Says:

    ToT ແຫ່ງບໍ່ມີເງິນ ແຫ່ງຂື້ນຄ່າໄຟ

Leave a Reply

Related Posts

ການ​ນຳ​ໃຊ້​ອາກອນ​ມູນ​ຄ່າ​ເພີ່ມ ​ໃນ​ລາຄາ​ນ້ຳມັນ

ລາວຈະນຳໃຊ້ ອາກອນມູນຄ່າເພີ່ມ ໃນຕົ້ນປີໜ້າ

FireStats icon Powered by FireStats