евтини мебелиໄດ້ມີການຄົ້ນພົບ ກອງຫີນບູຮານ ຈຳນວນຫລວງຫລາຍ ທີ່ບ້ານເພຍວັດ ເຂົ້າໃຈວ່າ ເປັນເສົາຫີນຫຼັກເມືອງ ທີ່ຂຸດຄົ້ນພົບທັງ 2 ຄັ້ງຄື: ຄັ້ງທີ 1 ຂຸດຄົ້ນພົບເມື່ອປີ 2007 ຈຳນວນ 193 ໜ່ວຍ ແລະ ຄັ້ງທີ 2 ນີ້ ຈຳນວນ 97 ໜ່ວຍ ຊຶ່ງເປັນສິ້ນສ່ວນ ຮ່ອງຮອຍປະຫວັດສາດຂອງຊາດລາວເຮົາ ໃນຍຸກສະໄໝກ່ອນ ຕາມການສັນນິຖານ ເສົາຫີນທີ່ຂຸດຄົ້ນພົບຈຳນວນດັ່ງກ່າວ ແມ່ນມີອາຍຸປະມານ 470 ປີ ກ່ອນສ້າງເມືອງວຽງຈັນ 20 ປີ ລັກສະນະເສົາຫີນທີ່ຂຸດຄົ້ນພົບ ເປັນກ້ອນຫີນທີ່ມີລັກຊະນະຫຼາຍຮູບຊົງ ແລະ ວາງຢູ່ຈຸດດຽວກັນ. ຂໍ້ມູນຈາກ ວຽງຈັນໃຫມ່.
Leave a Reply
Related Postsຮ່ອງຮອຍ ອາລະຍະທຳບູຮານ ທີ່ເຊໂປນ
ສະຫວັນນະເຂດ ຈະເອົາວັດຖຸບູຮານມາວາງສະແດງ
ຄົ້ນພົບພະພຸດທະຮູບອົງນ້ອຍຢູ່ຖໍ້າໄຮ