ສົ່ງທ້າຍ-ປີເກົ່າຕ້ອນຮັບປີໃໝ່ສາກົນ ອຸບັດເຫດ 200 ກໍລະນີ

ໄລຍະສົ່ງທ້າຍປີເກົ່າ 2009 ຕ້ອນຮັບປີໃໝ່ສາກົນ 2010 ໄດ້ເກີດມີອຸບັດເຫດເກືອບ 200 ກໍລະນີ ພາຫະນະເປ່ເພ 300 ກ່ວາຄັນ ຄົນໄດ້ຮັບບາດເຈັບ 300 ຄົນ ແລະ ເສຍຊີວິດ 23 ຄົນ ສາເຫດຕົ້ນຕໍກໍຍັງແມ່ນຈາກການດື່ມສິ່ງມຶນເມົາ ແລ້ວຂັບຂີ່ພາຫະນະ.
ກ່ຽວກັບເລື່ອງນີ້ ກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃຫ້ຊາບວ່າ: ໃນໄລຍະສົ່ງທ້າຍປີເກົ່າ 2009 ຕ້ອນຮັບປີໃໝ່ 2010 ໃນລະຫວ່າງວັນທີ 28 ທັນວາ 2009 ຫາ 3 ມັງກອນ 2010 ໃນທົ່ວປະເທດໄດ້ເກີດມີອຸບັດເຫດທັງໝົດ 183 ກໍລະນີ ມີພາຫະນະເປ່ເພ 353 ຄັນ ຜູ້ ຂັບຂີ່ໄດ້ຮັບບາດເຈັບເລັກນ້ອຍເຖິງສາຫັດ 355 ຄົນ ແລະ ໄດ້ເສຍຊີວິດ 23 ຄົນ ແຂວງທີ່ເກີດອຸບັດເຫດຫຼາຍກ່ວາໝູ່ແມ່ນນະຄອນຫຼວງວຽງຈັນ ມີ 49 ກໍລະນີມີພາຫະນະເປ່ເພ 100 ຄັນ ຄົນໄດ້ຮັບບາດເຈັບ 120 ຄົນ ແລະ ເສຍຊີວິດ 5 ຄົນ ຖັດມາແມ່ນແຂວງຈຳປາສັກ ຈຳນວນ 27 ກໍລະນີ ມີພາ ຫະນະເປ່ເພ 44 ຄັນ ຄົນໄດ້ຮັບບາດເຈັບ 49 ຄົນ ແລະ ເສຍຊີວິດ 1 ຄົນ ອັນດັບ 3 ແມ່ນ ແຂວງຫຼວງພະບາງ ມີ 17 ກໍລະນີເສຍຊີວິດ 1 ຄົນ.
ສ່ວນແຂວງເກີດອຸບັດເຫດນ້ອຍກ່ວາໝູ່ແມ່ນແຂວງຜົ້ງສາລີ ມີ 1 ກໍລະນີ ບາດເຈັບ 1 ຄົນ ຖັດມາແມ່ນແຂວງບໍລິຄຳໄຊ 3 ກໍລະນີ ແຕ່ໜ້າເສຍດາຍ ເສຍຊີວິດເຖິງ 4 ຄົນ ຖືວ່າສູນເສຍຫຼາຍກ່ວາໝູ່ ຖ້າທຽບໃສ່ຈຳນວນອຸບັດເຫດທີ່ເກີດຂຶ້ນ ສ່ວນອັນດັບ 3 ແມ່ນແຂວງອັດຕະປື ​ແລະ ແຂວງຫົວພັນ ເກີດອຸບັດເຫດ 4 ກໍລະນີ ເສຍຊີວິດ 3 ຄົນ ​ເທົ່າກັນ.
ສາເຫດຕົ້ນຕໍກໍຍັງແມ່ນມາຈາກຜູ້ຂັບຂີ່ດື່ມເຫຼົ້າ-ເບຍ ແລະ ສິ່ງມຶນເມົາອື່ນໆ ແລ້ວຂັບຂີ່ຍວດຍານພາຫະນະ ແລະ ບໍ່ເຄົາລົບນັບຖືກົດລະບຽບຈະລາຈອນ ຢ່າງເຂັ້ມງວດເຊັ່ນເຄີຍ.

ຂໍ້ມູນຈາກ ນສພ ວຽງຈັນໃຫມ່

Leave a Reply

Related Posts

ເມົາແລ້ວຢ່າຂັບ ຖືກຈັບຢ່າວ່າບໍ່ເຕືອນ

ນາງສັງຂານປີນີ້ ຂີ່ຫມູ

ຕ້ອງມາເຮັດວຽກໃນວັນເສົາ ຊົດເຊີຍມື້ພັກສົງການ

ແຫ່ຫວໍ່ ທີ່ຫລວງພະບາງ

ກຳນົດແນວໃດ ໃຫ້ນາງສັງຂານຂີ່ຄຸດ

FireStats icon Powered by FireStats