ທ້າວຜາແດງ-ນາງໄອ່

ໂດຍຈັດໃຫ້ມີການແຂ່ງຂັນ ສຳລັບພະຍາຂອມໄດ້ເຮັດບັ້ງໄຟທີ່ໃຫ່ຍກ່ວາໝູ່ ຊຶ່ງເອີ້ນວ່າ: ” ບັ້ງໄຟແສນ” ໃນຖານະເຈົ້າພາບແລະປະກາດໃຫ້ຫົວເມືອງຕ່າງໆ ມາຮ່ວມແຂ່ງຂັນໃນວັນເພັງເດືອນ 6.ທ້າວຜາແດງ ແຫ່ງເມືອງຜາໂພງກໍຊາບຂ່າວການປະກາດ ຂອງພະຍາຂອມ ເຈົ້າເມືອງໜອງຫານທີ່ວ່າ ຫາກ ມີບັ້ງໄຟ ຜູ້ໃດຂື້ນສູງສຸດພະຍາຈະຍົກເມືອງໃຫ້ປົກຄອງເຄິ່ງໜື່ງ ແລະຍົກລູກສາວ ນາງໄອ່ຄຳໃຫ້ດ້ວຍ. ສຽງຊ່າ ລືເລື່ອງ ບຸນບັ້ງໄຟ ແລະຄວາມຈົບງາມຂອງທິດາໄອ່ຄຳ ແຫ່ງ ເມືອງໜອງ ຫານໄດ້ແຜ່ພື ໄປຮອດ ເມືອງ ບາ ດານ ຊຶ່ງເຈົ້າເມືອງມີໂອລົດ ຊື່ວ່າ ທ້າວພັງຄີ ທ້າວພັງຄີ ຄິດຢາກໄດ້ ນາງ ໄອ່ຄຳ ຈຶ່ງລັກ ຂື້ນມາເມືອງ ມະນຸດ ທ້າວພັງຄີ ໄດ້ແປງເປັນກະຮອກເຜືອກ ໂດຍແຂວນເຂາະຄຳໄຕ່ຂື້ນຕົ້ນໝາກເດື່ອ ໃກ້ຊານ ເຮືອນ ຂອງນາງ ໄອ່ຄຳ.ທຸກເຊົ້າ ແລະງກະຮອກເຜືອກພັງຄີ ຈະໂດດເຕັ້ນໄຕ່ ໄປມາຕາມກິ່ງງ່າໄມ້ໝາກເດື່ອ ໃນ ເວລານາງໄອ່ຄຳອອກມາພັກຜ່ອນບົນຊານເຮືອນເຫັນກະຮອກໂດດເຕັ້ນໄປມາກໍນືກຢາກໄດ້ມາລ້ຽງເພາະເຫັນວ່າໜ້າຮັກດີ. ເມື່ອເຖິງເວລາ ຫຼືວ່າກຳນົດຈູດບັ້ງໄຟແຂ່ງຂັນປາກົດວ່າ ບັ້ງໄຟທີ່ຂື້ນສູງກ່ວາໝູ່ ແລະ ຊະນະເລີດ ໄດ້ແກ່ບັ້ງໄຟຂອງຊຽງຫຽນ ສ່ວນບັ້ງໄຟຂອງທ້າວຜາແດງນັ້ນ ຖືດີນປືນແຫ້ງໂພດເລີຍລະເບີດ ແລະບັ້ງໄຟຂອງພະຍາຂອມ ເມືອງໝອງຫານເອງ ເຊື້ອຂີ້ໝື້ປືນອ່ອນຈູດບໍ່ຂື້ນພົ່ນແຕ່ຄວັນສີດຳນານ ເຖິງສມວັນສາມຄືນ ເປັນອັນວ່າເມືອງໝອງຫານເຄິ່ງໜື່ງ ແລະນາງໄອ່ຄຳຕ້ອງຕົກເປັນຂອງທ້າວຊຽງຫຽນ ຢ່າງແນ່ນອນ.ຂ່າວການຈູດບັ້ງໄຟແສນ ໄດ້ຍິນໄປທົ່ວເມືອງ ຈົນນາງໄອ່ຄຳບໍ່ສາມາດຢູ່ເຢັນເປັນສຸກໄດ້ ເພາະຕົວນາງເອງແມ່ນຫຼົງຮັກທ້າວຜາແດງ ມາກ່ອນແລ້ວ.ກ່າວເຖິງທ້າວພັງຄີ ຜູ້ເປັນກະຮອກເຜືອກ ຜູ້ຫຼົງຮັກນາງໄອ່ຄຳຄືກັນ ກໍ່ຍັງວົນວຽນ ເຕັ້ນໄຕ່ໄປມານຳຕົ້ນໝາກເດື່ອນ ນາງໄອ່ຄຳ ສັ່ງໃຫ້ນາຍພານຈັບ ແຕ່ໜ້າເສຍດາຍ ທີ່ນ່າຍພານບໍ່ສາມາດຈັບເປັນໄດ້. ຈຳເປັນຕ້ອງໄດ້ຈັບຕາຍໂດຍໃຊ້ໜ້າທະນູຍິງເມື່ອ ທ້າວພັງຄີ ລູກຊາຍພະຍານາກຖືກລູກໜ້າທະນູຂອງນາຍພານ ກໍເລີຍຕົກລົງຈາກງ່າຕົ້ນໝາກເດື່ອ ກ່ອນຈະຕາຍທ້າງພັງຄີ ໄດ້ອະທິດຖານວ່າ : ຂໍໃຫ້ຊີ້ນຜູ້ຂ້າໄດ້ແປດພັນກວຽນຄົນທັງເມືອງກິນບໍ່ໝົດ ຈັກເທື່ອແລະ ຖ້າຫາກຜູ້ໃດກິນຊີ້ນແລ້ວ ຈະຕ້ອງຕາຍໄປເຊັ່ນດຽວກັນ.ເມື່ອທ້າວພັງຄີເສຍຊິວິດ ປະຊາ ຊົນເມືອງໜອງຫານ ກໍປາດຊີ້ນ ແລະ ແບ່ງປັນກັນກິນຍົກເວັ້ນແຕ່ຄອບຄົວແມ່ຮ້າງ ນາງໝ້າຍ ທີ່ຊາວ ເມືອງລັງກຽດເຂົາເຈົ້າບໍ່ໄດ້ສ່ວນແບ່ງຈາກຊາວເມືອງ ດັ່ງນັ້ນ ພວກແມ່ຮ້າງນາງໝ້າຍ ຈຶ່ງບໍ່ຖືກທ້າວພັງຄີ ສາບແຊ່ງ ແລະລອດຕາຍ. ຂ່າວການຕາຍຂອງທ້າວພັງຄີ ແພ່ໄປຮອດເມືອງພະຍານາກ ພະຍານາກ ມີຄວາມຄຽດແຄ້ນ ຈຶ່ງເກນພົນທະຫານນາກຂື້ນມາບຸກໂຈກຕີຖະຫຼົ່ມດິນເມືອງໜອງຫານ ຈົນຫາຍລົງດິນ ແລະເກີດນ້ຳຖ້ວມ ກອງທັບພະຍານາກເຂົ້າບຸກໂຈມຕີຄົນທັງເມືອງຕາຍຈົນໝົດ. ພວກທີ່ຍັງເຫຼືອ ແມ່ນບ້ານແມ່ຮ້າງ ນາງໝ້າຍເທົ່ານັ້ນ. ຂະນະທີ່ເກີດຄວາມວຸ້ນວາຍ ທ້າວຜາແດງ ໄດ້ມານຳເອົານາງໄອ່ຄຳຂື້ນຂີ່ມ້າຫວັງ ເພື່ອນຳ ນາງໜີໄປຢູ່ເມືອງຜາໂພງດ້ວຍກັນ. ແຕ່ຍ້ອນວ່ານາງ ໄອ່ຄຳ ໄດ້ກິນຊີ້ນທ້າວພັງຄີ ດັ່ງນັ້ນ ນາງເອງກໍຖືກທະຫານພະຍານາກນຳຕິດຕາມ ມ້າທີ່ທ້າວຜາແດງ ໃຊ້ເປັນພາຫະນະ ນຳນາງ ໄອ່ຄຳ ໄປບໍ່ລອດ ເພາະສັ້ນທາງມີແຕ່ຕົມ ຈົນໃນທີ່ສຸດ ນາງ ໄອ່ຄຳ ຕ້ອງຕົກອອກຈາກຫຼັງມ້າ ແລະ ສິ້ນໃຈຕາຍ.

Leave a Reply

Related Posts

Valentine’s day

FireStats icon Powered by FireStats