ຈະໃຊ້ທອງ 2.5 ໂຕນ ຫລໍ່ພະເຈົ້າອົງຕື້

Posted: 1 July 2009 – 5:05 pmມີຄົນອ່ານ 4 ເທືອ

ບໍລິສັດ ແອັມແອັມຈີ ລ້ານຊ້າງ ມີເນໂຣນ ມອບທອງແດງໃຫ້ແຂວງຫົວພັນ ເພື່ອນຳໄປຫຼໍ່ພະ ເຈົ້າອົງຕື້ ທີ່ວັດໂພໄຊຊະນະຣາມ ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງທອງແດງທີ່ນຳມາມອບມີນ້ຳໜັກເຖິງ 2,5 ໂຕນ ລວມມູນຄ່າ 102.384.000 ກີບ (12.000 ໂດລາສະຫະລັດ) ເຊິ່ງການຫຼໍ່ພະພຸດທະເຈົ້າອົງຕື້ ແມ່ນຈະໄດ້ລົງມືໃນປີ 2009 ນີ້. ອ່ານລາຍລະອຽດ

ລົດເມບໍ່ໃຊ້ນ້ຳມັນ ແລ່ນຢູ່ວຽງຈັນ ປີ້ລະ 1500 ກີບ

Posted: 30 June 2009 – 5:20 pmມີຄົນອ່ານ 9 ເທືອ

ລົດເມທີ່ແລ່ນດ້ວຍໝໍ້ໄຟ ທີ່ສົ່ງມາຈາກ ສປ ຈີນ ທົດລອງ ແລ່ນຕາມ ເສັ້ນທາງນະຄອນຫຼວງ-ມະຫາວິທະຍາໄລແຫ່ງຊາດ ເພື່ອຮັບໃຊ້ນັກຮຽນ ນັກສຶກສາ ປະຊາຊົນ ເພາະເສັ້ນທາງດັ່ງກ່າວ ມີໄລຍະທາງ 12 ກິໂລແມັດ ແລ່ນໄດ້ 3 ຖ້ຽວຕໍ່ມື້ ໂດຍນຳໃຊ້ລົດເມຂະໜາດ 10 ບ່ອນນັ່ງ ຈຳນວນ 10 ຄັນ ຊຶ່ງແຕ່ລະມື້ ຈະເລີ່ມອອກຈາກສະຖານີລົດເມ ເວລາ 6 ໂມງ 20 ນາທີ ເຖິງ 16 ໂມງ 40 ນາທີ ມີ 21 ຖ້ຽວຕໍ່ມື້ ສ່ວນລາຄາໂດຍສານ ລົດເມທີ່ແລ່ນດ້ວຍໝໍ້ໄຟ ເບື້ອງຕົ້ນແມ່ນຫຼຸດ 30% ຂອງລົດເມທີ່ແລ່ນດ້ວຍນ້ຳມັນ ຄືຈາກ 2.000 ກີບຕໍ່ປີ້ ເປັນ 1.500 ກີບຕໍ່ປີ້. ອ່ານລາຍລະອຽດ

ຊາວນິວເດລລີຄຽດແຄ້ນໃຫ້ບໍລິສັັດໄຟຟ້າ

Posted: 29 June 2009 – 4:47 pmມີຄົນອ່ານ 8 ເທືອ

ທ່າມກາງສະພາບອາກາດ ທີ່ຮ້ອນເຖິງ 48​ອົງສາ ກະແສໄຟຟ້າຢູ່ນະຄອນຫລວງ ນິວເດລລີ ປະເທດອິນເດຍ ຂາດເຂີນຢ່າງຫນັກ ຈາກຄວາມຕ້ອງການໃຊ້ໄຟຟ້າ ທີ່ເພີ້ມຂຶ້ນສູງສຸດ ເຮັດໃຫ້ເກີດມີໄຟຟ້າມອດ ເປັນເວລາ 10 ຊົ່ວໂມງ ໃນອາທິດທີ່ຜ່ານມາ ພາໃຫ້ລະບົບນ້ຳປະປາ ລວມເຖິງໄຟສັນຍານຈາລະຈອນ ຢຸດຊະງັກ. ສະຫນາມບິນ ແລະ ມະຫາວິທະຍາໄລ ຕ້ອງເພິ່ງພາພະລັງງານໄຟຟ້າຈາກ ເຄື່ອງກຳເນີດໄຟຟ້າສຳຮອງ. ຊາວນິວເດລລີ ທີ່ຄຽດແຄ້ນ ໄດ້ອອກມາປິດຖະຫນົນປະທ້ວງ ບໍລິສັດສະຫນອງໄຟຟ້າ  ພ້ອມທັງຮຽກຮ້ອງໃຫ້ລັດຖະບານ ຮີບຮ້ອນແກ້ໄຂບັນຫາ

ລາວຫລຸດອອກຈາກບັນຊີດຳ

Posted: 15 June 2009 – 5:31 pmມີຄົນອ່ານ 87 ເທືອ

ສະຫະລັດອາເມລິກາ ໄດ້ລຶບຊື່ປະເທດລາວແລະກຳປູເຈຍ ອອກຈາກບັນຊີດຳທາງການຄ້າ ຫມາຍຄວາມວ່າ ໄດ້ເປີດທາງໃຫ້ທະນາຄານ EX-IM bank ຂອງສະຫະລັດ ປ່ອຍເງິນກູ້ ໃຫ້ກັບບັນດາບໍລິສັດ ສົ່ງອອກຂອງອາເມລິກາ ໃຫ້ສາມາດສົ່ງສິນຄ້າມາຂາຍ ຍັງລາວແລະກຳປູເຈຍ. ໃນປີຜ່ານມາ ອາເມລິກາ ສົ່ງສິນຄ້າມາລາວ 18 ລ້ານໂດລາ ແລະ ຊື້ສິນຄ້າໄປຈາກລາວ ໃນມູນຄ່າ 42 ລ້ານໂດລາ ສຳລັບ ກຳປູເຈຍ ອາເມລິກາ ຂາຍສິນຄ້າມູນຄ່າ 154 ລ້ານໂດລາ ແລະ ຊື້ສິນຄ້າ 2.4​ຕື້ໂດລາ. ທີ່ມາ ນສພ ລາວພັດທະນາ

ນ້ຳປະປາ ປັບລາຄາໃຫມ່ ແນໃສ່ປະຢັດນ້ຳ

Posted: 9 June 2009 – 5:50 pmມີຄົນອ່ານ 43 ເທືອ

ເມື່ອກ່ອນລາຄານ້ຳປະປາ ແມ່ນແບ່ງຕາມປະເພດຜູ້ຊົມໃຊ້ ໄດ້ແກ່ 1 ປະຊາຊົນ ແລະ ສຳນັກງານລັດ 2 ຜູ້ປະກອບການ ແລະ ອຸດສາຫະກຳ 3​ ສະຖານທູດ ແລະ ອົງການຕ່າງປະເທດ. ເລີ້ມແຕ່ເດືອນ ພຶດສະພາ 2009 ເປັນຕົ້ນມາ ລາຄານ້ຳປະປາ ແມ່ນແບ່ງຕາມບໍລິມາດການນຳໃຊ້ ໄດ້ແກ່ 1 ຜູ້ໃຊ້ບໍ່ເກີນ 50 ແມັດກ້ອນຕໍ່ເດືອນ ຄິດໄລ່ ແມັດກ້ອນລະ 1350 ກີບ, 2​ ແມັດກ້ອນ ທີ 51 ຂຶ້ນໄປ ຂອງເດືອນ ຈະຄິດໄລ່ ແມັດກ້ອນລະ 5000 ກີບ. ດັ່ງນັ້ນ, ນ້ຳປະປາ ມີຄ່າທຸກຢາດ ເພື່ອເສດຖະກິດຂອງຊາດ ຕ້ອງຊ່ວຍກັນປະຢັດ

ສະມານຕາ ລອດຈາກການຖືກປະຫານ

Posted: 5 June 2009 – 4:31 pmມີຄົນອ່ານ 38 ເທືອ

ໃນວັນທີ 3 ມິຖຸນາ 2009 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດ ຈຳຄຸກຕະຫຼອດຊີວິດ ນາງ ສະມານຕາ ໂອໂລບາເຕີ ຄົນໄນຈີເຣຍ ສັນຊາດອັງກິດ ໃນຂໍ້ຫາຂົນສົ່ງ ແລະ ມີຢາເສບຕິດໄວ້ຄອບຄອງ ກາຍ 500 ກຼາມຂຶ້ນໄປ. ສານຖືວ່າ ການກະທຳຂອງ ນາງ ສະມານຕາ ມີຄວາມຜິດຖານຄອບຄອງ ແລະ ຂົນສົ່ງຢາເສບຕິດ ຊຶ່ງຜິດຕໍ່ກົດໝາຍອາຍາ ຂອງ ສປປ ລາວ ມາດຕາ 146 ຂໍ້ 1 ວັກທີິ 4 ຍ້ອນວ່າຢາເສບຕິດທີ່ຕິດຕົວ ນາງ ສະມານຕາ ເກີນກ່ວາ 500 ກຣາມ ນາງ ສະມານຕາ ຄວນໄດ້ຮັບໂທດປະຫານຊີວິດ ແຕ່ຕາມມາດຕາ 32 ຂອງກົດໝາຍອາຍາ ຜູ້ຍິງກະທຳຜິດໃນເວລາຖືພາ ຈະຕ້ອງໄດ້ຮັບການຫຼຸດຜ່ອນໂທດ ສານຈຶ່ງຜ່ອນໂທດ ຈາກປະຫານຊີວິດ ມາເປັນຈຳຄຸກຕະຫຼອດຊີວິດແທນ. ນສພ ວຽງຈັນໃຫມ່

ນະຄອນຫລວງວຽງຈັນ ຈະມີ ຖະຫນົນ ສຸພານຸວົງ

Posted: 4 June 2009 – 8:12 amມີຄົນອ່ານ 127 ເທືອ

ທ່ານ ວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງ ແຈ້ງວ່າ ຖະຫນົນສຸພານຸວົງ ແມ່ນ ນັບແຕ່ 3ແຍກ ເຂົ້າເດີ່ນບິນວັດໄຕ ມາຮອດ 4 ແຍກສູນວັດທະນະທຳລາວ-ໂຊວຽດ(ເກົ່າ)ທີ່ບ້ານສີຫອມ ເພື່ອລະນຶກເຖິງຜົນງານຂອງ ອະດີດປະທານ ສຸພານຸວົງ ທີ່ມີຕໍ່ການປະຕິວັດກໍ່ຄືປະເທດຊາດ.ເພື່ອຄວາມສວຍງາມ ທັງສອງຟາກທາງ ໄດ້ມີການປູກດອກຈຳປາ ໄປແລ້ວເປັນຈຳນວນ 600 ຕົ້້ນ, ເມື່ອກ່ອນ ຖະຫນົນນີ້ ຮູ້ກັນໃນນາມ ຖະຫນົນຫລວງພະບາງ.

EGAT ຈະສະຫນອງໄຟຟ້າໃຫ້ລາວ ໄດ້ບໍ່ພໍຕາມທີ່ລາວຕ້ອງການ

Posted: 27 May 2009 – 5:51 pmມີຄົນອ່ານ 78 ເທືອ

ໃນເຂດກາງຂອງລາວ ຕ້ອງເພິ່ງການນຳເຂົ້າໄຟຟ້າຈາກປະເທດໄທ ໃນຊ້ວງເວລາແລງ ເພາະກຳລັງການຜະລິດ ຂອງເຂື່ອນນ້ຳງື່ມ1 ນ້ຳມັງ ແລະ ນ້ຳເລິກ ບໍ່ພຽງພໍ(ແຕ່ຊ້ວງກາງເວັນແມ່ນມີພຽງພໍ ແລະ ຊ້ວງເດິກແມ່ນມີເຫລືອ). ການໄຟຟ້າຝ່າຍຜະລິດຂອງປະເທດໄທ ຫລື EGAT ແຈ້ງມາວ່າ ນັບແຕ່ນີ້ເປັນຕົ້ນໄປ ຈະບໍ່ສາມາດສະຫນອງໄຟໃຫ້ກັບລາວ ຕາມທີ່ລາວຕ້ອງການ ຄື 90 ເມກາວັດ ໃນຊ້ວງເວລາແລງ 6-9ໂມງ ເນື່ອງຈາກວ່າ ຈັກປັ່ນໄຟຟ້າ 2 ຫນ່ວຍ ຂອງໂຮງໄຟຟ້າລຳຕະຄອງ ເກີດຕິດຂັດ ຈະຕ້ອງໃຊ້ເວລາສ້ອມແປງ 2ຫາ3ເດືອນ. ດ້ວຍເຫດນີ້ EGAT ຈະສະຫນອງໃຫ້ລາວໄດ້ ພຽງແຕ່ 60 ເມກາວັດ.

ສະຫນາມບິນວັດໄຕ ມີເຄື່ອງມືກວດ H1N1

Posted: 26 May 2009 – 5:36 pmມີຄົນອ່ານ 83 ເທືອ

ເຄື່ອງມືກວດເຊື້ອໄຂ້ຫວັດ2009 ໄດ້ມາຈາກການຊ່ວຍເຫລືອ ຂອງ ປະເທດສິງກະໂປ ໄດ້ຖືກຕິດຕັ້ງໄວ້ທີ່ ເດີ່ນບິນສາກົນວັດໄຕ ມູນຄ່າປະມານ 640 ລ້ານກີບ ການເຮັດວຽກຂອງເຄື່ອງດັ່ງກ່າວນີ້ ແມ່ນຄ້າຍຄືກັບກ້ອງວີດີໂອ ທີ່ບັນຈຸແສງເລຊີອິນຟາເລດ ທີ່ສາມາດກວດວັດອຸນຫະພູມ ໃນຮ່າງກາຍຂອງຄົນເປັນຈຳນວນຫຼາຍ ໃນເວລາດຽວກັນແລະ
ສາມາດຈັບພາບເງົາ ຂອງບຸກຄົນໃດໜຶ່ງ ທີ່ມີອາການໄຂ້ສູງ ຄືກັບກໍລະນີທີ່ຕິດພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1

ນັກເທຄວັນໂດລາວ ສ້າງຊື່ສຽງຢູ່ຝະລັ່ງ

Posted: 18 May 2009 – 7:24 amມີຄົນອ່ານ 69 ເທືອ

ໃນວັນທີ 3ຫາ4 ພຶດສະພາທີ່ຜ່ານມາ ທີ່ແຂວງລີນ ປະເທດຝະລັ່ງ ໄດ້ມີການແຂ່ງຂັນເທຄວັນໂດ ລະຫວ່າງທິມຂອງບັນດາປະເທດ ທີ່ໃຊ້ພາສາຝະລັ່ງ ຈຳນວນ 30 ປະເທດ ໃນນັ້ນ ລາວໄດ້ສົ່ງນັກກິລາເຂົ້າຮ່ວມ 2 ຄົນຄື ທ້າວ ພຸດທະສອນ ທຳມະວົງ ແລະ ທ້າວ ສະຫວັດວິໄລ ພິມມະສອນ. ທ້າວພຸດທະສອນ ລົງແຂ່ງລຸ້ນ 58 ກິໂລ ສາມາດເອົາຊະນະ ນັກເທຄວັນໂດ ຈາກ ນີເຊຣີ ແລະ ກົດດີວົວ ໄດ້ຄອງຫລຽນຄຳ. ສ່ວນ ທ້າວ ສະຫວັດວິໄລ ເສຍໃຫ້ເຈົ້າພາບຝະລັ່ງ ໃນຮອບຊິງຊະນະເລີດ ໄດ້ຄອງຫລຽນເງິນ.

FireStats icon Powered by FireStats